ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
- ຫໍພິພິດທະພັນແຫ່ງຊາດຫຼວງພະບາງ
- ຫໍພະບາງ
- ພະບາງ
- ພະຣາຊະວັງຊຽງແກ້ວ
- ພູສີ
- ວັດຊຽງທອງ
- ຖ້ຳຕິ່ງ
- ຖໍ້ານາງອັ໋ນ
- ນ້ຳຕົກຕາດກວາງຊີ
- ນ້ຳຕົກຕາດທອງ
- ຕາດແສ້
- ວັດວິຊຸນ
- ວັດໃໝ່
- ວັດພະບາດໃຕ້(ວັດຫວຽດ)
- ວັດແສນ
- ວັດຄີລີ
- ວັດປ່າໂພນເພົາ
- ວັດທາດນ້ອຍ
- ວັດຫົວຊຽງ
- ວັດໂພນໄຊ
- ວັດຊຽງມ່ວນ
- ວັດຈຸມຄ້ອງ
- ວັດປ່າໄຜ່
- ວັດສີພຸດທະບາດ
- ວັດໜອງສີຄູນເມືອງ
- ວັດສົບ
- ວັດສີບຸນເຮືອງ
- ວັດສິລິມຸງຄຸນໄຊຍາຣາມ
- ວັດປາກຄານ
- ວັດທາດຫຼວງ
- ວັດມະໂນຣົມ
- ວັດຖ້ຳພູສີ
- ວັດອາໄພ
- ວັດອາຮາມອຸດຕະມະທານີ
- ວັດໝື່ນນາ
- ວັດຈອມເພັດ
- ວັດຊຽງແມນ
- ວັດລ່ອງຄູນແລະຖ້ຳຄູຫາສັກກະລິນ
- ວັດສັງຄະໂລກ
- ບ້ານຊ້າງຄ້ອງ
- ບ້ານຜານົມ
- ຕະຫຼາດມືດ
- ສຸສານຫຼວງ(ປ່າຊ້າເຈົ້າຊີວິດ)
- ບ່ອນຝັ່ງສົບອອງຣີ ມູໂອດ
- ບ້ານຊຽງແມນ
- ບ້ານຫາດຫ້ຽນ
- ບ້ານຈ່ານ
- ບ້ານຊ່າງໄຫ
- ຕະຫຼາດຊົນເຜົ່າມົ້ງ
- ຕະຫລາດເຊົ້າຫລວງພະບາງ
- ຮ້ານກາເຟປະຊານິຍົມຫລວງພະບາງ
- ເຮືອນມໍລະດົກຊຽງມ່ວນ
- ເຂດບ້ານເຈັກ
ຫໍພະບາງ
ຫໍພະບາງ ເລີ່ມກໍ່ສ້າງມາ ຕັ້ງແຕ່ ຄ.ສ 1960 ສະໄໝພະເຈົ້າສີສະຫວ່າງວັດທະນາ ເພື່ອສະຫລອງເຄິ່ງປີພຸດທະການ ຕາມດຳລິ ຂອງພະຣາຊະບິດາ ພະເຈົ້າສີສະຫວ່າງວົງ ການກໍ່ສ້າງຍັງບໍ່ທັນແລ້ວສຳເລັດ ປະເທດລາວກໍເກີດການປ່ຽນແປງປົກຄອງ ມາເລີ່ມຕົ້ນກໍ່ສ້າງໃໝ່ໃນປີ ຄ.ສ 1995 ແລະ ສຳເລັດໃນປີ ຄ.ສ 2011. ພະບາງນອກຈາກຖືເປັນພະຄູ່ເມືອງຫລວງພະບາງແລ້ວ ຍັງເປັນພະພຸດທະຮູບສຳຄັນທີ່ສຸດໃນປະເທດລາວດ້ວຍ ປະຈຸບັນພະບາງປະດິດສະຖານຢູ່ທີ່ ຫໍພະບາງ ໃນຫໍພິພິທະພັນເມືອງຫລວງພະບາງ
ພະຣາຊະວັງຊຽງແກ້ວ
ທີ່ຕັ້ງ ທາງທິດເໜືອຂອງບ້ານຊຽງແກ້ວ (ພາຍໃນບໍລິເວນໂຮງແຮມ ເດິແກນ ຫລວງພະບາງ) ວັງຊຽງແກ້ວ ເປັນອາຄານກໍອິດໂບກປູນ ໃນຮູບຊົງສະຖາປັດຕະຍະກຳແບບຕະເວັນຕົກ ໃກ້ກັບຕົວອາຄານມີຫ້ອງໂຖງຂະໜາດໃຫຍ່ ແລະ ຄອກມ້າເປັນວັງທີ່ສະເດັດເຈົ້າມະຫາອຸປະຣາດເພັດຊະລາດ ຊື້ຈາກສັດຕະວະແພດ ຊາວຝຣັ່ງ ຫລັງຈາກທີ່ສະເດັດ ຈາກວຽງຈັນ ເມື່ອວັນທີ່ 20 ທັນວາ ຄ.ສ 1941. ເພື່ອເຂົ້າພິທີອະພິເສກທີ່ຫລວງພະບາງ ແລະ ໄດ້ເຂົ້າພຳນັກຢູ່ທີ່ວັງແຫ່ງນີ້ ເຫດຜົນທີ່ສະເດັດເຈົ້າມະຫາອຸປະຣາດເພັດຊະລາດ ຊົງເລືອກສະຖານທີ່ແຫ່ງນີ້ເປັນທີ່ພຳນັກເນື່ອງຈາກພະອົງຊົງມັກຄວາມຫງຽບສະຫງົບເປັນທຳຊາດ ແລະ ໄດ້ໃຊ້ເວລາວ່າງເກືອບທັງໝົດໄປກັບການຊົງພະອັກສອນ ລວມທັງໃຊ້ເປັນສະຖານທີ່ພົບປະ ເສວະນາກັບບັນດາກຸ່ມບຸກຄົນ ທີ່ມີໃຈຮັກຊາດ ມີເຈດຈຳນົງໃນການສ້າງສັນຄວາມເປັນເອກະລາດ ອິດສະຫລະພາບ ແລະ ລວມປະເທດລາວໃຫ້ເປັນເອກພາບ ພາຍຫລັງຈາກທີ່ກອງທັບຍີ່ປຸ່ນເຂົ້າຍຶດຄອງວຽງຈັນ ແລະ ກຽມເຂົ້າຍຶດຫລວງພະບາງ ເຈົ້າເພັດຊະລາດໄດ້ໃຫ້ ເສນາບໍດີ 2 ນາຍ ພ້ອມດ້ວຍເຈົ້າແຂວງຫລວງພະບາງໄປເຊີນທະຫານຍີ່ປຸ່ນເຂົ້າມາໃນເມືອງ. ຈາກນັ້ນ, ເຈົ້າມະຫາຊີວິດພະເຈົ້າສີສະຫວ່າງວົງສ໌ ກໍໄດ້ປະກາດໃຫ້ລາວເປັນເອກະລາດ ແລະ ເຂົ້າຮ່ວມວົງໄພບູນ ໃນສົງຄາມມະຫາອາຊີບູລະພາ ກັບກອງທັບຍີ່ປຸ່ນ ແຕ່ເມື່ອຍີ່ປຸ່ນປະລາໄຊ ໃນສົງຄາມ ແລະ ຝຣັ່ງໄດ້ຫວນກັບຄືນເຂົ້າມາປົກຄອງລາວອີກຄັ້ງ ໂດຍການຍິນຍອມຂອງເຈົ້າມະຫາຊີວິດ ສະເດັດພະເຈົ້າສີສະຫວ່າງວົງສ໌ ແຕ່ເຈົ້າເພັດຊະລາດ ຊົງບໍ່ເຫັນດ້ວຍ ແລະ ໄດ້ໃຫ້ ທ້າວ ໂງ່ນ ຊະນະນິກອນ ໄປຕິດຕໍ່ກັບແຂວງຄຳມ່ວນ, ສະຫວັນນະເຂດ, ປາກເຊ ແລະ ສາລະວັນ ເພື່ອລວມກັນເປັນໜຶ່ງດຽວ ກັບ ອານາຈັກຫລວງພະບາງ ເມື່ອໄດ້ຮັບຄຳຕອບ ເຈົ້າເພັດຊະລາດ ໄດ້ຊົງປະກາດຢ່າງເປັນທາງການໃນການລວມປະເທດລາວ ມີລັດຖະບານຕັ້ງຢູ່ທີ່ນະຄອນວຽງຈັນເຈົ້າມະຫາຊີວິດສະເດັດເຈົ້າສີສະຫວ່າງວົງສ໌ ໄດ້ໃຫ້ລັດຖະມົນຕີມຫາດໄທ ຂອງລັດບານຫລວງພະບາງ ຊຶ່ງມີເຈົ້າເພັດຊະລາດ ເປັນນາຍົກລັດຖະມົນຕີ ໂທລະເລກມາຍັງ ເຈົ້າເພັດຊະລາດ ເພື່ອແຈ້ງຄຳສັ່ງປົດອອກຈາກຕຳແໜ່ງ ມະຫາອຸປະຣາດ ແລະ ນາຍົກລັດຖະມົນຕີ ໃນວັນທີ່ 10 ທັນວາ ຄ.ສ 1945 ເຈົ້າເພັດຊະລາດ ກັບມາພຳນັກທີ່ວັງຊຽງແກ້ວຕາມເດີມ ເມື່ອກອງທັບຝຣັ່ງຍຶດໄດ້ ທ່າແຂກ, ວຽງຈັນ ແລະ ກຽມເຂົ້າຍຶດຫລວງພະບາງ ເຈົ້າເພັດຊະລາດ, ເຈົ້າບຸນຍະວັດ ເຈົ້າແຂວງຫລວງພະບາງ ພ້ອມທັງສະມາຊິກໃນຄະນະກູ້ຊາດທັງໝົດ ໄດ້ຫລົບລີ້ໜີໄພເຂົ້າມາຢູ່ໃນປະເທດໄທ ແລະ ເຈົ້າເພັດຊະລາດໄດ້ຕັ້ງລັດຖະບານລາວອິດສະຫລະ ທີ່ກຸງເທບ ເພື່ອກູ້ຊາດຈາກຝຣັ່ງ ພາຍຫລັງຈາກທີ່ປະເທດລາວໄດ້ຮັບເອກກະລາດ. ເຈົ້າສຸວັນນະພູມາ ນາຍົກລັດຖະມົນຕີ ແລະ ພະຍາເພັງ ພົງສະຫວັນ ປະທານສະພາຜູ້ແທນລາຊະດອນ ລວມທັງອົງສັງຄະນາຍົກຂອງລາວ ໄດ້ມີຫນັງສືໄປເຊີນ ເຈົ້າເພັດຊະລາດ ກັບຄືນສູ່ປະເທດໂດຍໃຫ້ເຫດຜົນວ່າ ບັດນີ້ປະເທດລາວ ເປັນເອກກະລາດ ມີອິດສະຫຼະພາບ ແລະ ມີຄວາມເປັນເອກະພາບຕາມທີ່ພະອົງປາດຖະຫນາທຸກປະການແລ້ວ ເຈົ້າເພັດຊະລາດ ກັບມາພຳນັກທີ່ວັງຊຽງແກ້ວ ຫລັງເຂົ້າໄປກາບບັງຄົມທູນລາ ພະບາດສົມເດັດພະເຈົ້າຢູ່ຫົວພູມິພົນອະດຸນຍະເດດແລະ ຈອມພົນປ.ພິບູນສົງຄາມ ໂດຍໃຊ້ເວລາພຳນັກລີ້ໄພທາງການເມືອງຢູ່ໃນປະເທດໄທ ເປັນໄລຍະເວລາເຖິງ 10 ປີ ເມື່ອສະເດັດມາເຖິງເມືອງຫລວງພະບາງໄດ້ຮັບແຕ່ງຕັ້ງໃຫ້ເປັນມະຫາອຸປາດດັ່ງເດີມ ວັນທີ່ 14 ຕຸລາ ຄ.ສ 1959 ເຈົ້າເພັດຊະລາດ ສິ້ນພະຊົນດ້ວຍພະອາການເສັ້ນເລືອດໃນສະຫມອງແຕກ ທີ່ວັງຊຽງແກ້ວ ຫລື ທີ່ພະລາດຊະວັັງສີສຸວັນ ທີ່ຫໍຄຳແຫ່ງນີ້ ຂະນະມີພະຊົນມາຍຸ 69 ປີ 7 ເດືອນ 12 ມື້. ປັດຈຸບັນ ວັງຊຽງແກ້ວ ໄດ້ຖືກດັດແປງເປັນໂຮງແຮມ ເດິແກນດ໌ ຫລວງພະບາງ ແລະ ຍັງຄົງຮັກສາຕົວອາຄານທີ່ປະທັບໃນສະພາບເດີມ ແລະ ເປີດໃຫ້ນັກທ່ອງທ່ຽວທົ່ວໄປເຂົ້າຊົມໄດ້ຕະຫລອດມື້.
No comments:
Post a Comment