ຕະຫຼາດຊົນເຜົ່າມົ້ງ
ຕະຫລາດຊົນເຜົ່າມົ້ງ "ຫັດຖະກຳຂອງລາວສູງ" ຢູ່ກົງຫົວມຸມໃກ້ໆ ກັບໂຮງແຮມພູສີ ເປັນບໍລິເວນທີ່ມີຊົນເຜົ່າມົ້ງ ຫລື ລາວສູງມາຕັ້ງແຜງແບກັບດິນຂາຍສິນຄ້າ ທີ່ລະລືກ ໃຫ້ນັກທ່ອງທ່ຽວ ສ່ວນໃຫຍ່ເປັນງານຫັດຖະກຳປະເພດຜ້າ, ຍ່າມ, ຜ້າແສ່ວລວດລາຍແປກໆ ລາຄາແພງ ສາມາດຕໍ່ຮອງລາຄາໄດ້ ແຕ່ເດີມນັ້ນ ສິນຄ້າສ່ວນໃຫຍ່ເປັນສິນຄ້າຫັດຖະກຳ ຂອງເຜົ່າມົ້ງ ແຕ່ປະຈຸບັນ ທຸລະກິດຂະຫຍາຍຕົວໄປສູ່ຂອງທີ່ລະລືກອື່ນໆ ຈາກຫລວງພະບາງ ທັງຜ້າຕ່ຳມືແບບລາວ, ງານໄມ້, ເຄື່ອງເງີນ ແລະ ຂອງເກົ່າ. ນອກຈາກຂາຍສິນຄ້າທີ່ລະລືກ ຂອງເຜົ່າມົ້ງແລ້ວ ຍັງເປັນຈຸດຊຸມນຸມຂອງລົດຮັບຈ້າງ ທັງລົດ "ຈຳໂບ້" ແລະ ລົດສາມລໍ້ ສຳລັບບໍລິການນັກທ່ອງທ່ຽວແບບຈ້າງເໝົາ.
ວັດຖ້ຳພູສີ
ວັດນ້ອຍໆ ວັດນີ້ຕັ້ງຢູ່ໃກ້ກັບຮອຍພະພຸດທະບາດ ຂອງວັດສີພຸດທະບາດທິພາຣາມ ຄວາມໜ້າສົນໃຈສິ່ງທຳອິດ ທີ່ບໍ່ຄວນພາດຊົມເມື່ອເດິນທາງມາເຖິງຄື ພຣະສັງກັດຈາຍກໍ່ອິດຖືປູນ ແລະ ປິດທອງປະດິດສະຖານຢູ່ໃນເທິງຫີນ ມີລັກສະນະເປັນ ເວິ້ງຖ້ຳແຄບ ໆແຕກຕ່າງຈາກພະພຸດທະຮູບທົ່ວໄປ ໃນວັດເມືອງະຫລວງພະບາງ ສ້າງຂຶ້ນໃນປີ ຄ.ສ.1962 ທາງດ້ານຊ້າຍຂອງພຣະສັງກັດຈາຍ ມີທາງເລິກເຂົ້າໄປໃນຖ້ຳ ພາຍໃນປະດິດຖານພະພຸດທະຮູບໄມ້ປິດທອງປາງຕ່າງໆຕາມຝາ ແລະ ພື້ນຖ້ຳ. ນອກຈາກນັ້ນບໍລິເວນພາຍນອກ ຈະເຫັນພະພຸດທະຮູບປາງຕ່າງໆ ຊຶ່ງປະດິດສະຖານກົງບໍລິເວນແຄມໜ້າຜາຫລາຍອົງ.
ວັດສິລິມຸງຄຸນໄຊຍາຣາມ
ຕົວວັດຫັນໜ້າໄປທາງທິດຕະເວັນອອກສຽງເໜືອ ສາສະໜາສະຖານສ່ວນໃຫຍ່ຍັງຄົງສະພາບເດີມ ເລົ່າສືບຕໍ່ກັນມາວ່າສ້າງໃນປີ ຄ.ສ 1763 ໃນລາຊະສະໄໝ ພຣະເຈົ້າໂຊຕິກະກຸມານ ສິມ ຫລື ອຸໂປສົດ ມີລັກສະນະແບບ ຫລວງພະບາງໂດຍທົ່ວໄປ ໄດ້ຮັບບູລະນະເທື່ອຫຼ້າສຸດ ເມື່ອປີ ຄ.ສ.1945 ຊ່າງສະກຸນຜູ້ຮັບຫນ້າທີ່ປະຕິສັງຂອນ ປ່ຽນໄປຕາມຍຸກສະໄໝ ຈຶ່ງສົ່ງຜົນໃຫ້ຮູບຊົງສະຖາປັດຕະຍະກຳ ຂອງວັດນີ້ເປັນແບບປະສົມປະສານ ຕາມແບບດ້ວຍ ເຫັນໄດ້ຢ່າງຊັດເຈນຈາກລະບຽງໂຖງດ້ານໜ້າ ເປັນສິລະປະ ແບບຫລວງພະບາງ ຊ່ວງຊົງຫລັງຄາເປັນແບບຊຽງຂວາງ ແລະ ປະດັບຕົກແຕ່ງດ້ວຍກະຈົກສີໂມເສກແບບວຽງຈັນ ໜ້າຈົ່ວປະດັບລວດລາຍງົດງາມ ດ້ານທິດໃຕ້ມີອູບມຸງຫລັງນ້ອຍພາຍໃນປະດິດຖານພະທາດອົງໜຶ່ງ ຍອດປະດັບຊໍ່ຟ້າຄຳ 7 ຊັ້ນ ໃກ້ທາງເຂົ້າດ້ານທິດເໜືອຕິດກັບວັດສີບຸນເຮືອງ ມີຫໍລະຄັງທອງທີ່ງົດງາມ.
ພູສີ
ພູສີ ພູສີ ເປັນພູສັກສິດຕັ້ງຢູ່ກາງເມືອງ ຫຼວງພະບາງ ແລະ ມີພະທາດ ສູງ 20 ແມັດ ຕັ້ງຢູ່ເທິງຈອມ. ເປັນສະຖານທີ່ຊົມວິວທິທັດ ຂອງ ເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມຸມຂອງ ຫຼວງພະບາງ, ນອກນັ້ນຍັງສາມາດເຫັນ ທິວທັດທຳມະຊາດ ຈຸດໄຫຼ ພົບຂອງສາຍນ້ຳຂອງ ແລະ ສາຍນ້ຳຄານ.ນອກນັ້ນຍັງເປັນສະຖານທີ່ ຊົມຕາເວັນຕົກດິນທີ່ສວຍງາມ ຊຶ່ງບໍ່ມີແຫ່ງໃດຈະທຽບໄດ້. ຄຸ້ມ ຄ່າ